ເວັບໄຊທ໌ຂອງ FEMA ມີຂໍ້ມູນ ແລະ ເອກະສານໃນພາສາອື່ນທີ່ບໍ່ແມ່ນພາສາອັງກິດ.
ຜູ້ລອດຊີວິດຈາກໄພພິບັດສາມາດຊອກຫາຂໍ້ມູນທີ່ແປກ່ຽວກັບໂຄງການຊ່ວຍເຫຼືອໄພພິບັດ, ການກຽມພ້ອມໃນກໍລະນີສຸກເສີນ, ກິດຈະກໍາການຕອບສະໜອງ ແລະ ການຟື້ນຟູ ແລະ ການປະກັນໄພນໍ້າຖ້ວມ. ຂໍ້ມູນມາໃນຮູບແບບຕ່າງໆ ແລະ ພ້ອມສໍາລັບການແບ່ງປັນ ແລະ ດາວໂຫຼດ. ແຫຼ່ງຂໍ້ມູນເພີ່ມເຕີມຈະຖືກເພີ່ມເປັນໄລຍະ, ດັ່ງນັ້ນກະລຸນາໄປເບິ່ງເລື້ອຍໆ.
ທີ່ພັກທີ່ເໝາະສົມ
FEMA ໃຫ້ບໍລິການຫຼາຍຢ່າງເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ລອດຊີວິດຈາກໄພພິບັດທັງໝົດລວມທັງ:
- ການແປ
- ພາສາມືອາເມລິກາ (ASL)
- ການບັນຍາຍແບບສົດໆ
- ອຸປະກອນຊ່ວຍຟັງ ຫຼື ອ່ານ
- ເອກະສານເປັນຕົວອັກສອນ Braille ຫຼື ພິມຂະໜາດໃຫຍ່
ຮ້ອງຂໍການບໍລິການ
FEMA ເວົ້າພາສາຂອງທ່ານ
ພວກເຮົາໃຫ້ການຊ່ວຍເຫຼືອ ແລະ ຂໍ້ມູນເປັນພາສາຂອງທ່ານ. ໂທຫາ ສາຍດ່ວນ FEMA ທີ່ເບີ 800-621-3362:
- ກົດ 1 ສໍາລັບພາສາອັງກິດ
- ກົດ 2 ສໍາລັບພາສາແອສປາໂຍນ
- ກົດ 3 ສໍາລັບພາສາອື່ນ
ໂທຫາ 711 ຫຼື ການບໍລິການຖ່າຍທອດວິດີໂອສາມາດໃຊ້ໄດ້.
ສຳຫຼວດຊັບພະຍາກອນຂອງພວກເຮົາ
ຫາກຕ້ອງການຂໍ້ມູນເປັນພາສາແອສປາໂຍນເທົ່ານັ້ນ, ກະລຸນາເຂົ້າໄປທີ່ FEMA en español.
ຮຽນຮູ້ກ່ຽວກັບໂຄງການການຊ່ວຍເຫຼືອໄພພິບັດ ແລະ ເງື່ອນໄຂທີ່ມີສິດໄດ້ຮັບສໍາລັບບຸກຄົນ, ຄອບຄົວ, ລັດ, ທ້ອງຖິ່ນ, ຊົນເຜົ່າ ຫຼື ລັດຖະບານອານາເຂດ ແລະ ອົງການຈັດຕັ້ງບໍ່ຫວັງຜົນກໍາໄລຂອງເອກະຊົນ.
ດາວໂຫຼດ ຊັບພະຍາກອນມັນຕິມີເດຍ ເຊັ່ນ: ຮູບພາບສັງຄົມ, ໃບປິວ, ສະຄຣິບຜູ້ປະກາດ, ວິດີໂອ ແລະ ອະນິເມຊັນທີ່ເຂົ້າເຖິງໄດ້ໃນຫຼາຍພາສາ ເພື່ອຊ່ວຍໃຫ້ທ່ານແບ່ງປັນຂໍ້ມູນໄພພິບັດທີ່ສຳຄັນໃຫ້ກັບຜູ້ອື່ນກ່ອນ, ໃນລະຫວ່າງ ແລະ ຫຼັງໄພພິບັດ.
ເຂົ້າເບິ່ງ FloodSmart.gov (en español) ເພື່ອຮຽນຮູ້ກ່ຽວກັບການປະກັນໄພນໍ້າຖ້ວມ, ຄວາມສ່ຽງ ແລະ ຄ່າໃຊ້ຈ່າຍ ແລະ ເຂດ ແລະ ແຜນທີ່ ແລະ ການກະກຽມໄພພິບັດນໍ້າຖ້ວມ. ຕົວແທນສາມາດນໍາໃຊ້ຊັບພະຍາກອນໄພພິບັດນໍ້າຖ້ວມຫຼາຍພາສາສໍາລັບການປະຊຸມລູກຄ້າ ຫຼື ໃນສື່ສັງຄົມ, ເວັບໄຊທ໌ ຫຼື ໃນອີເມວການຕະຫຼາດ.
ຮຽນຮູ້ເພີ່ມເຕີມກ່ຽວກັບ ວິທີການຊ່ວຍເຫຼືອt ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອເມື່ອເກິດໄພພິບັດ. ມີຫຼາຍວິທີທີ່ຈະຊ່ວຍໄດ້ ເຊັ່ນ: ການບໍລິຈາກເງິນສົດ, ສິ່ງຂອງທີ່ຈໍາເປັນ ຫຼື ເວລາຂອງທ່ານ.
ໄດ້ຮັບຂໍ້ແນະນຳພື້ນຖານກ່ຽວກັບວິທີບັນທຶກຊັບສົມບັດຄອບຄົວຂອງທ່ານເຊັ່ນ: ຮູບຖ່າຍ, ປຶ້ມ ແລະ ເອກະສານ ແລະ ເອກະສານສຳຄັນຫຼັງຈາກໄພພິບັດ..
ສະໝັກຂໍຄວາມຊ່ວຍເຫຼືອໃນງານສົບ ແລະ ຮັບຄຳຕອບສຳລັບຄຳຖາມທີ່ມັກຖາມເລື້ອຍໆ.
ວິດີໂອພາສາມືອາເມຣິກາ
ພວກເຮົາມີວິດີໂອໃນຮູບແບບ ASL ໃນລາຍການຫຼິ້ນ YouTube ຂອງພວກເຮົາທີ່ກວມເອົາຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບການກຽມພ້ອມໄພພິບັດ ແລະ ຄວາມປອດໄພ.
ເບິ່ງລາຍການຫຼິ້ນທັງໝົດໃນ YouTube