ເຂດ Santa Clara ໄດ້ເພີ່ມເຂົ້າໃນການປະກາດໄພພິບັດໄຟໄໝ້ປ່າຂອງລັດຖະບານກາງເດືອນສິງຫາ

Release Date Release Number
DR-4558-CA NR 017
Release Date:
September 30, 2020

SACRAMENTO, Calif. – ເຂດ Santa Clara ໄດ້ຮັບການອະນຸມັດສຳລັບການການຊ່ວຍເຫລືອຈາກລັດຖະບານກາງແກ່ບຸກຄົນແລະຄົວເຮືອນ, ພ້ອມທັງການສ້ອມແປງຫລືກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ, ຈັງເປັນສ່ວນໜຶ່ງຂອງການປະກາດໄພພິບັດທາງທຳມະຊາດທີ່ໄດ້ຮັບການອະນຸມັດແຕ່ວັນທີ 22 ສິງຫາ

ໂຄງການຊ່ວຍເຫຼືອສ່ວນບຸກຄົນຂອງ FEMA ໃຫ້ການຊ່ວຍເຫຼືອເພື່ອຊ່ວຍເຫຼືອຜູ້ທີ່ລອດຊີວິດທີ່ມີເງື່ອນໄຂໄດ້ຮັບການຊ່ວຍເຫຼືອທາງການເງິນ ເຊິ່ງອາດຈະປະກອບມີ ຄ່າເຊົ່າ, ສ້ອມແປງເຮືອນ, ການທົດແທນເຮືອນໃຫມ່ ແລະຄວາມຕ້ອງການອື່ນໆທີ່ພັວພັນກັບໄພພິບັດເຊັ່ນ: ຄ່າລ້ຽງດູເດັກ, ຄ່າປິ່ນປົວແລະຄ່າໃຊ້ຈ່າຍແຂ້ວ

ສະໝັກຂໍຄວາມຊ່ວຍເຫລືອໄພພິບັດກັບອົງການຄຸ້ມຄອງສຸກເສີນລັດຖະບານກາງທາງອອນລາຍທີ່ www.disasterassistance.gov; ໂດຍການດາວໂຫລດແອັບ  FEMA ໃສ່ໂທລະສັບສະຫຼາດຫລືແທັບເລັດ; ຫຼືໂດຍການໂທຫາສາຍຊ່ວຍເຫຼືອ FEMA ທີ່ 800-621-3362 (TTY 800-462-7585) ລະຫວ່າງ 7 a.m.- 10:30 p.m. PDT ຖ້າທ່ານໃຊ້ບໍລິການຖ່າຍໂອນ ເຊັ່ນ: videophone, Innocaption ຫຼື CapTel, ໃຫ້ຈັດຫາຕົວເລກສະເພາະໃຫ້ FEMA ແມ່ນທີ່ສິຖືກໂອນໃຫ້ບໍລິການນັ້ນເມື່ອທ່ານລົງທະບຽນ

ການຊ່ວຍເຫຼືອດ້ານການບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດອາເມລິກາ

ອົງການບໍລິຫານທຸລະກິດຂະໜາດນ້ອຍແຫ່ງສະຫະລັດອາເມລິກາ (SBA) ໄດ້ສ້າງຕັ້ງສູນການກູ້ຢືມເງິນກູ້ໄພພິບັດແບບເສມືນເພື່ອຊ່ວຍເຫຼືອເຈົ້າຂອງເຮືອນແລະຜູ້ເຊົ່າເຮືອນ ຕົວແທນຝ່າຍການບໍລິການລູກຄ້າສາມາດຊ່ວຍເຈົ້າຂອງທຸລະກິດແລະບຸກຄົນຕອບຄຳຖາມກ່ຽວກັບໂຄງການກູ້ຢືມເງິນກູ້ໄພພິບັດຂອງ SBA, ອະທິບາຍຂັ້ນຕອນການສະໝັກແລະຊ່ວຍໃຫ້ແຕ່ລະຄົນປະກອບໃບສະໝັກເງິນກູ້ເອເລັກໂຕຣນິກພ້ອມ

ສູນຟື້ນຟູທຸລະກິດແບບເສມືນແລະສູນການກູ້ຢືມເງິນຈາກໄພພິບັດແບບເສມືນ

ວັນຈັນ - ວັນອາທິດ

5 a.m. to 5 p.m. PDT

FOCWAssistance@sba.gov

800-659-2955

###

Related Links:
Tags:
Last updated