ສູນຟື້ນຟູໄພພິບັດທິບຕັນ ເຄົາຕີ້ (Tipton County) ຈະເປີດໃນວັນທີ 16 ເມສາ

Release Date Release Number
NR-005
Release Date:
ເດືອນເມສາ 17, 2023

ເມືອງແນຊວິລ, ລັດເທນເນສຊີ (NASHVILLE, Tenn.)ສູນຟື້ນຟູໄພພິບັດຈະເປີດໃນ ເວລາຕອນບ່າຍ 1:00 ໂມງ ຂອງວັນອາທິດ ທີ 16 ເມສາ, ໃນທິບຕັນ ຄາວຕີ້ ເພື່ອຮອງຮັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກພາຍຸມໍລະສຸມ ແລະ ພາຍຸທໍນາໂດ ແລະຕ້ອງການທີ່ຈະອັບເດດແອັບພລີເຄຊັນ FEMA ທີ່ມີຢູ່ແລ້ວ ເເລະ ຮຽນຮູ້ກ່ຽວກັບໂຄງການຂອງລັດ ແລະ ຊຸມຊົນ ແລະ ຄວາມຊ່ວຍເຫຼືອອື່ນໆ ທີ່ມີຢູ່.

ພາຍໃຕ້ການປະກາດໄພພິບັດຄັ້ງໃຫຍ່, 10 ຕົວເມືອງໃນເທນເນສຊີ ຄາວຕີ້ ໄດ້ຖືກກໍານົດໃຫ້ການຊ່ວຍເຫຼືອສ່ວນບຸກຄົນຂອງ FEMA, ເຊິ່ງໝາຍຄວາມວ່າ ປະຊາຊົນຜູ້ທີ່ເກີດຄວາມເສຍຫາຍ ຫຼື ສູນເສຍທີ່ບໍ່ໄດ້ເຮັດປະກັນໄພ ຫຼື ຕຳ່ກວ່າການປະກັນ ຕັ້ງແຕ່ວັນທີ 31 ມີນາ ຫາ 1 ເມສາ 2023, ທີ່ສູນເສຍຈາກພະຍຸມໍລະສຸມ ແລະ ພະຍຸທອນນາໂດ, ອາດຍື່ນຂໍຄວາມຊ່ວຍເຫຼືອຈາກ FEMA.  ໂດຍຕົວເມືອງທີ່ກຳນົດໄວ້ ປະກອບມີ Cannon, Hardeman, Hardin, Haywood, Lewis, Macon, McNairy, Rutherford, Tipton ແລະ Wayne.

ທ່ານບໍ່ຈໍາເປັນຕ້ອງໄປສູນຟື້ນຟູໄພພິບັດ ເພື່ອສະໝັກ FEMA. ແຕ່ອັນດັບແລກ, ໃຫ້ຍື່ນໃບຄໍາຮ້ອງຂໍກັບບໍລິສັດປະກັນໄພ ຫຼື ຕົວແທນຂອງທ່ານກ່ອນທີ່ຈະສະໝັກຂໍຄວາມຊ່ວຍເຫຼືອຈາກ FEMA.

ສູນຟື້ນຟູໄພພິບັດທິບຕັນ ເຄົາຕີ້ ຕັ້ງຢູ່ທີ່:

Dyersburg State Community College

Public Library

3149 Highway 51 South

Covington, TN 38019 ເປີດ: 1 ໂມງແລງ CDT ວັນອາທິດ ເມສາ 16

ເວລາປົກກະຕິ: 1 ໂມງເເລງ ເຖິງ 7 ໂມງແລງ CDT ວັນອາທິດ 7 ໂມງເຊົ້າ ຫາ 7 ໂມງແລງ CDT ວັນຈັນ ຫາ ວັນເສົາ

ຜູ້ຊ່ຽວຊານຢູ່ສູນຟື້ນຟູໄພພິບັດສາມາດໃຫ້ທິດຊີ້ນຳກ່ຽວກັບຂໍ້ມູນທີ່ທ່ານໄດ້ຮັບຈາກ FEMA ຫຼື ອົງການອື່ນໆ ໄດ້ຢ່າງງ່າຍດາຍ ພວກເພີ່ນຍັງສາມາດໃຫ້ປຶກສາທ່ານກ່ຽວກັບການເງິນຊ່ວຍເຫຼືອອື່ນໆຂອງ FEMA ທີ່ບໍ່ຈໍາເປັນຕ້ອງຈ່າຍຄືນ, ລວມທັງການສະໜອງເງິນທຶນ ໃຫ້ ຖ້າທ່ານຕ້ອງຢູ່ໃນໂຮງແຮມຊົ່ວຄາວ ຫຼື ເງິນທິນສຳລັບການສ້ອມແປງເຮືອນຂັ້ນພື້ນຖານ, ຖ້າຫາກວ່າເຮືອນທີ່ພັກອາໄສຫຼັກຂອງທ່ານໄດ້ຮັບຄວາມເສຍຫາຍຈາກພາຍຸ.

ນີ້ແມ່ນວິທິສະໝັກຂໍການຊ່ວຍເຫຼືອດ້ານໄພພິບັດຈາກ:

  • ໄປທີ່ DisasterAssistance.gov
  • ໃຊ້ mobile app ຂອງ FEMA
  • ໂທຫາສາຍດ່ວນທີ່ຊ່ວຍເຫຼືອດ້ານໄພພິບັດ (Disaster Assistance Helpline) ທີ່ເບີ 800-621-3362. ຖ້າທ່ານໃຊ້ບໍລິ ການຣີເລ ເຊັ່ນ: Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບ  FEMA ຕອນທີ່ທ່ານສະໝັກ. ຜູ້ຮັບໂທລະສັບສາຍດ່ວນເວົ້າໄດ້ຫຼາຍພາສາ ແລະ ສາຍດ່ວນນີ້ເປີດບໍລິການຈາກ 6 ໂມງເຊົ້າ ຫາ 12 ກາງຄືນ ຕາມເວລາຂອງ Central Daylight ທຸກວັນ. ໃຫ້ກົດ 2 ສຳລັບພາສາສະເປນ. ກົດ 3 ສຳລັບນາຍພາສາທີ່ເວົ້າພາສາຂອງທ່ານ.
  • ສໍາລັບວິດີໂອພາສາມືອາເມລິກາກ່ຽວກັບວິທີການສະໝັກ, ໃຫ້ເຂົ້າໄປທີ່ລິງຄ໌ລຸ່ມນີ້: https://www.youtube.com/watch?v=LU7wzRjByhI&list=PL720Kw_OojlKOhtKG7HM_0n_kEawus6FC&index=6
  • ເມື່ອສູນກູ້ໄພພິບັດເປີດທົ່ວລັດເທນເນສຊີຕາເວັ້ນຕົກ ທ່ານອາດຕັດສິນໃຈໄປສູນໃດກໍ່ໄດ້ ເພື່ອຂໍຮັບຄວາມຊ່ວຍເຫຼືອ. ຖ້າຫາກທ່ານຕ້ອງການຄົ້ນຫາສູນທີ່ຢູ່ໃກ້ ໃຫ້ທ່ານເຂົ້າໄປທີ່:  https://egateway.fema.gov/ESF6/DRCLocator

ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະ ພາຍຸທໍນາໂດ, ເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701.      ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA; Twitter.com/TEMA, Facebook.com/TNDisasterInfo, @FEMARegion4/Twitter ແລະ Facebook.com/FEMA.

Tags:
ອັບເດດຫຼ້າສຸດ