ສະຖານທີ່ນະມັດສະການທາງສາດສະຫນາອາດຈະມີສິດໄດ້ຮັບ ຄວາມຊ່ວຍເຫຼືອຈາກ FEMA ເພື່ອຊ່ວຍເຫຼືອຄ່າເສຍຫາຍຈາກພະຍຸ ທໍນາໂດ [https://www.fema.gov/lo/press-release/20240624/houses-worship-may-be-eligible-fema-help-cover-tornado-damage] Release Date: ເດືອນມິຖຸນາ 24, 2024 LITTLE ROCK, ARK. -- ສະຖານທີ່ທີ່ບໍ່ຫວັງຜົນກຳໄລເອກະຊົນໃນລັດ Arkansas ອາດມີສິດໄດ້ຮັບເງິນຊ່ວຍເຫຼືອຈາກ FEMA ໃນຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບພະຍຸ ແລະພະຍຸທໍນາໂດທີ່ຮຸນແຮງເມື່ອວັນທີ 24-27 ພຶດສະພາທີ່ຜ່ານມາ. ເງິນຊ່ວຍເຫຼືອຜ່ານໂຄງການຊ່ວຍເຫຼືອສາທາລະນະຂອງ FEMA ສາມາດຄອບຄຸມຄ່າໃຊ້ຈ່າຍໃນການສ້ອມແປງ  ຫຼືເຮັດແທນສິ່ງອໍານວຍຄວາມສະດວກທີ່ເສຍຫາຍໃນລະຫວ່າງພາຍຸ. FEMA ລະບຸວ່າສະຖານທີ່ທາງສາສະຫນາແມ່ນໂບດ, ທໍາມະສາລາ, ໂບດອິດສະລາມ, ວັດຫຼືເຮືອນກາບໄຫວ້ອື່ນໆ ໂດຍບໍ່ຄໍານຶງເຖິງລັກສະນະທາງສາສະຫນາຂອງສະຖານທີ່. ສະຖານທີ່ທາງສາສະໜາຫຼືບ່ອນນະມັດສະການໃດຈະບໍ່ຖືກຍົກເວັ້ນຈາກຄຳນິຍາມນີ້ພຽງເພາະວ່າເປັນຜູ້ນໍາຫລືສະມາຊິກທີ່ຈຳກັດໃຫ້ຄົນທີ່ມີສັດທາຫລືປະຕິບັດສາດສະໜາໃດຫນຶ່ງ. ມີເງິນຊ່ວຍເຫຼືອຄ່າສ້ອມແປງໃຫ້ສະຖານທີ່ນະມັດສະການໃນ Baxter, Benton, Boone, Carroll, Fulton, Madison, Marion, Nevada, Randolph, ແລະ Sharp counties. ຜູ້​ສະ​ຫມັກ​ທີ່​ມີ​ສິດ​ຂໍເງິນຊ່ວຍເຫລືອ, ສະຖານທີ່ນະມັດສະການ​ຈະ​ຕ້ອງ​: * ເປັນເຈົ້າຂອງ ຫຼືດຳເນີນງານໂດຍອົງການບໍ່ຫວັງຜົນກຳໄລເອກະຊົນ. * ສະຖານທີ່ດັ່ງກ່າວຕ້ອງເປີດໃຫ້ສາທາລະນະ. * ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພາຍຸ​ຮ້າຍ​ແຮງ​ໃນ​ວັນ​ທີ 24-27 ພຶດສະພາ​ນີ້. * ບໍ່ໄດ້ຮັບເງິນທຶນ ຫຼືໄດ້ຮັບທຶນບໍ່ພຽງພໍຫຼັງຈາກສະໝັກຂໍເງິນກູ້ໄພພິບັດ U.S. Small Business Administration (SBA) ເພື່ອສ້ອມແປງ ຫຼືປ່ຽນສະຖານທີ່. ໃບສະຫມັກຕ້ອງລວມເອົາເອກະສານສະແດງສະຖານະຍົກເວັ້ນພາສີຂອງລັດ ແລະ/ຫຼື ປະເທດສະຫະລັດ,  ກົດບັດກ່ອນໄພພິບັດ ແລະເອກະສານອື່ນໆ. ຫນ່ວຍງານບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດສາມາດໃຫ້ສະຖານທີ່ນະມັດສະການທີ່ມີຄຸນສົມບັດ ກູ້ຢືມເງິນໄດ້ເຖິງ 2 ລ້ານໂດລາສະຫະລັດ ເພື່ອສ້ອມແປງ ຫຼືທົດແທນຊັບສິນທີ່ເສຍຫາຍຫຼືຖືກທຳລາຍ. SBA ຍັງສາມາດໃຫ້ກູ້ຢືມເງິນເພີ່ມເຕີມເພື່ອຊ່ວຍຄ່າໃຊ້ຈ່າຍໃນການປັບປຸງເພື່ອປົກປ້ອງ, ປ້ອງກັນຫຼືຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດທີ່ອາດເກີດຂື້ນໃນອະນາຄົດ. ສົງສະຫມັກຂໍເງິນຊ່ວຍເຫລືອຄວາມເສຍຫາຍໄດ້ຮອດວັນທີ 12 ສິງຫາ 2024.  ຜູ້ສະຫມັກສາມາດສະຫມັກອອນໄລນ໌ແລະໄດ້ຮັບຂໍ້ມູນການຊ່ວຍເຫຼືອໄພພິບັດເພີ່ມເຕີມຢູ່ SBA.gov/disaster [https://www.sba.gov/funding-programs/disaster-assistance].  ຜູ້ສະໝັກຍັງສາມາດໂທຫາສູນບໍລິການລູກຄ້າຂອງ SBA ທີ່ເບີ (800) 659-2955 ຫຼືສົ່ງອີເມລຫາສູນບໍລິການດ້່ານໄພພິບັດ   disastercustomerservice@sba.gov ເພື່ອຂໍຂໍ້ມູນເພີ່ມເຕີມກ່ຽວກັບການຊ່ວຍເຫຼືອໄພພິບັດ SBA. ຜູ້ສະຫມັກທັງຫມົດ - ເຖິງແມ່ນວ່າພວກເຂົາຕ້ອງລໍຖ້າການຕັດສິນເງິນກູ້ຢືມ SBA - ກໍ່ຂໍແນະນຳໃຫ້ເຮັດຄໍາຮ້ອງຂໍເງິນຊ່ວຍເຫຼືອສາທາລະນະ (RPA) ຍ່າງໄວເທົ່າທີ່ຈະໄວໄດ້ໂດຍຕິດຕໍ່ຫ້ອງການການຄຸ້ມຄອງສຸກເສີນໃນທ້ອງຖິ່ນຂອງພວກເຂົາ.  ກິດຈະກໍາບາງຢ່າງກ່ຽວກັບວຽກງານສຸກເສີນທີ່ໄດ້ເຮັດເພື່ອກະກຽມລັບພະຍຸຫຼືຕ້ອງເຮັດ ຍ້ອນວ່າເກິດພະຍຸອາດມີສິດໄດ້ຮັບເງິນຄືນ ໂດຍບໍ່ຕ້ອງມີຄຳຕັດສິນຂອງ SBA ຫຼືໃນຂະນະທີ່ຍັງລໍຖ້າຄຳຕັດສິນໃຈຂອງ SBA ກໍ່ໄດ້. ກຳຫນັດຕ້ອງຍື່ນ RPA ແມ່ນພາຍໃນ 30 ມື້ນັບຈາກຄາວຕີ້ຂອງທ່ານລະບຸກຳນົດໄວ້ໃນການປະກາດ. ແຫລ່ງຂໍ້ມູນອື່ນໆ: ຜູ້ບໍລິຫານສະຖານທີ່ນະມັດສະການສາມາດຕິດຕໍ່ຫ້ອງການຄຸ້ມຄອງສຸກເສີນຂອງຄາວຕີ້ຂອງເຂົາເຈົ້າເພື່ອຂໍ ຂໍ້ມູນເພີ່ມເຕີມກ່ຽວກັບວິທີການສົ່ງຄໍາຮ້ອງຂໍເງິນຊ່ວຍເຫລືອສາທາລະນະຂອງ FEMA.. * ນະໂຍບາຍການຊ່ວຍເຫຼືອສາທາລະນະ [https://www.fema.gov/assistance/public/policy-guidance-fact-sheets] - ຄຳແນະນຳ​, ນະ​ໂຍ​ບາຍ​, ​ຂໍ້​ແນະ​ນໍາ​ຂ່າວສານແລະ​ສິ່ງ​ພິມ​ທີ່​ກ່ຽວ​ຂ້ອງ​ ທີ່​ນຳໃຊ້ໃນ​ໂຄງ​ການຍ່າງເປັນ​ທາງ​ການ​ປະ​ກອບ​ມີ​: * ໂຄງການຊ່ວຍເຫຼືອສາທາລະນະ & ຄູ່ມືນະໂຍບາຍ [https://www.fema.gov/sites/default/files/documents/fema_pappg-v4-updated-links_policy_6-1-2020.pdf]ໂຄງການຊ່ວຍເຫຼືອສາທາລະນະ ແລະຄູ່ມືນະໂຍບາຍ  (ສະບັບທີ 4 ໃຊ້ໄດ້ກັບເຫດສຸກເສີນ ແລະໄພພິບັດໃຫຍ່ທີ່ປະກາດໃນວັນທີ ຫຼື ຫຼັງຈາກວັນທີ 1 ມິຖຸນາ 2020). * ຄູ່ມືການຈັດສົ່ງໂຄງການຊ່ວຍເຫຼືອສາທາລະນະ [https://www.fema.gov/sites/default/files/documents/public-assistance-program-delivery-guide-operational-draft.pdf] (ຮ່າງ​ເອກະສານ​ສະບັບ​ພິມ​ຈຳໜ່າຍ​ເດືອນ​ກັນຍາ 2022.) * ວິດີໂອ: https://youtu.be/JgHWcA5LnOc  [https://youtu.be/JgHWcA5LnOc]. * ຫນ້າ​ເວັບໄຊ: Assistance for Governments and Private Non-Profits After a [https://www.fema.gov/assistance/public] Disaster | FEMA.gov [https://www.fema.gov/assistance/public] * ຄູ່ມືການຈັດຊື້: Purchasing under a FEMA Award: Resources for Private [https://www.fema.gov/sites/default/files/documents/fema_private-non-profits_religious-orgs.pdf] Nonprofits and Religious    Organizations [https://www.fema.gov/sites/default/files/documents/fema_private-non-profits_religious-orgs.pdf] * ເອກະສານຂໍ້ມູນ FEMA ທີ່ສາມາດດາວໂຫຼດໄດ້: ການຊ່ວຍເຫຼືອສາທາລະນະ: ເອກະສານການຄຸນສົມບັດມີສິດໄດ້ຮັບຄວາມຊ່ວຍເຫລືອຂອງເອກະຊົນທີ່ບໍ່ຫວັງຜົນກໍາໄລ (fema.gov) [https://www.fema.gov/sites/default/files/documents/fema_private-nonprofit-eligibility-factsheet.pdf] * ເອກະສານຂໍ້ມູນ FEMA ທີ່ສາມາດດາວໂຫຼດໄດ້: ຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດດ້ວຍການຊ່ວຍເຫຼືອສາທາລະນະ FEMA [https://www.fema.gov/sites/default/files/documents/fema_mitigate-disaster-damage-fact-sheet.pdf]