ສູນການລົງທະບຽນເຄື່ອນທີ່ເປີດຢູ່ເມືອງ MENDOCINO [https://www.fema.gov/lo/press-release/20201204/yidongdengjizhuceshoujianzhongxinzaimenduoxinuo-mendocino-junkaishikaifang] Release Date: December 3, 2020 SACRAMENTO, Calif. – ສູນການລົງທະບຽນເຄື່ອນທີ່ຂອງ FEMA ແມ່ນເປີດໃນ Covelo ວັນສຸກທີ 4 ທັນວາ, ຈນຮອດວັນອາທິດທີ 6 ທັນວາ, ເພື່ອໃຫ້ບໍລິການແກ່ຜູ້ລອດຊີວິດຈາກໄຟປ່າໃນເມືອງ Mendocino ສູນການລົງທະບຽນແມ່ນສ່ວນໜຶ່ງຂອງພາລະກິດຕອບສະໜອງແລະກູ້ໄພຢ່າງຕໍ່ເນື່ອງຂອງ FEMA ແລະລັດ California ເພື່ອຊ່ວຍເຫຼືອຜູ້ປະສົບໄພກ່ຽວກັບຂໍ້ມູນໄພພິບັດ ສູນການລົງທະບຽນມີທີ່ຕັ້ງຢູ່ຫໍສະໝຸດສາທາລະນະ Round Valley, 23925 Howard St. , Covelo CA 95428 ໂດຍສູນຊິເປີດຕັ້ງແຕ່ເວລາ 9 a.m ຮອດ 4 p.m. ໃນວັນສຸກທີ 4 ທັນວາ, ວັນເສົາທີ 5 ທັນວາ, ແລະວັນອາທິດທີ 6 ທັນວາ ສູນດັ່ງກ່າວແມ່ນສະຖານທີ່ຊົ່ວຄາວທີ່ຊ່ວຍເຫຼືອຜູ້ລອດຊີວິດໂດຍໃຫ້ຂໍ້ມູນກ່ຽວກັບໄພພິບັດ ໃຫ້ໂອກາດທາງເລືອກສຳລັບຜູ້ລອດຊີວິດໃນການລົງທະບຽນ, ໂດຍສະເພາະຜູ້ທີ່ບໍ່ມີອິນເຕີເນັດ ຫຼື ບໍລິການໂທລະສັບ ຜູ້ລອດຊີວິດຍັງສາມາດລົງທະບຽນກັບ FEMA ຈາກໜຶ່ງໃນສາມວິທີນີ້: * Online ທີ່ DisasterAssistance.gov [http://www.disasterassistance.gov]; * ໂດຍການດາວໂຫລດ FEMA app [https://www.fema.gov/about/news-multimedia/app] ໃສ່ສະມາດໂຟນ ຫລືແທັບເລັດ; ຫຼື * ໂດຍການໂທຫາສາຍຊ່ວຍເຫຼືອ FEMA ທີ່ 800-621-3362 (TTY 800-462-7585) ໃນລະຫວ່າງເວລາ 7 a.m. ຮອດ 10:30 p.m. PST. ຜູ້ທີ່ໃຊ້ບໍລິການຕອບຮັບ ແບບ videophone, Innocaption ຫຼື CapTel, ຄວນບອກເລກໂທທີ່ເປ້ນເລກສະເພາະໃຫ້ FEMA ທີ່ຖືກໂອນໃຫ້ໃນການບໍລິການນັ້ນເມື່ອພວກເຂົາລົງທະບຽນ * ພະນັກງານສາຍຊ່ວຍເຫຼືອສາມາດຕອບຄຳຖາມກ່ຽວກັບໃບສະໝັກທີ່ສົ່ງແລ້ວ * ກຳນົດເວລາທີ່ຊິລົງທະບຽນໃຫ້ຄວາມຊ່ວຍເຫຼືອພາຍໃຕ້ DR-4558 ແມ່ນວັນທີ 11 ທັນວາ 2020 ການລົງທະບຽນຊ່ວຍໃຫ້ FEMA ສາມາດຕັດສິນການມີສິດໄດ້ຮັບການຊ່ວຍເຫຼືອທາງການເງິນຂອງຜູ້ຢູ່ອາໃສ ເຊິ່ງອາດຊິລວມມີຄ່າເຊົ່າ, ການສ້ອມແປງເຮືອນ, ການທົດແທນເຮືອນແລະຄວາມຕ້ອງການອື່ນໆທີ່ພັວພັນກັບໄພພິບັດເຊັ່ນ: ການດູແລເດັກ, ການຂົນສົ່ງແລະຄ່າປິ່ນປົວ, ຄ່າໃຊ້ຈ່າຍໃນງານສົບຫຼືຄ່າໃຊ້ຈ່າຍແຂ້ວ ສຳລັບຂໍ້ມູນລ້າສຸດກ່ຽວກັບການກູ້ຄືນໄຟປ່າ, ເຂົ້າໄປທີ່ _www__.__fema__.__gov__/__disaster__/__4558_ [https://www.fema.gov/disaster/4558] ແລະຕິດຕາມບັນຊີ Twitter ຂອງ FEMA ເຂດ 9 ທີ່ _twitter__.__com__/__femaregion9_ [https://twitter.com/femaregion9] _###_