ການຊ່ວຍເຫຼືອດ້ານກົດໝາຍໂດຍບໍ່ເສຍຄ່າຫຍັງທີ່ມີໃຫ້ສຳລັບຜູ້ປະສົບໄພພິບັດ [https://www.fema.gov/lo/press-release/20201019/besplatnaya-yuridicheskaya-pomosch-dostupna-dlya-lic-postradavshikh-ot] Release Date: ເດືອນຕຸລາ 5, 2020 SACRAMENTO, Calif. – ການຊ່ວຍເຫຼືອໂດຍບໍ່ເສຍຄ່າຫຍັງກັບຄວາມສໍາພັນທາງກົດໝາຍທີ່ພັວພັນກັບໄພພິບັດແມ່ນມີໃຫ້ແກ່ຜູ້ທີ່ລອດຊີວິດຈາກໄຟປ່າໃນເຂດ Butte, Lake, Monterey, Napa, San Mateo, Santa Clara, Santa Cruz, Solano, Sonoma ແລະເມືອງ Yolo ຜູ້ລອດຊີວິດອາດຈະຊອກຫາການຊ່ວຍເຫຼືອໂດຍບໍ່ເສຍຄ່າຫຍັງທີ່ພັວພັນກັບໄຟປ່າ ໃນເລື່ອງທາງດ້ານກົດໝາຍ ໂດຍການໂທຫາສາຍດ່ວນບໍລິການດ້ານກົດໝາຍດ້ານໄພພິບັດທີ່ (888) 382-3406 ການຊ່ວຍເຫຼືອແມ່ນມີຢູ່ໃນຫລາຍພາສາ ແຜນງານແມ່ນການຮ່ວມມືລະຫວ່າງ FEMA ແລະພະແນກທະນາຍຄວາມອາສາສະຫມັກຂອງສະຫະພັນທະນາຍຄວາມອາເມລິກາ ປະເພດຂອງການຊ່ວຍເຫຼືອດ້ານກົດໝາຍ ທີ່ບໍ່ເສຍຄ່າຫຍັງທີ່ອາດສິໄດ້ຈາກທະນາຍຄວາມອາສາສະໝັກ ລວມມີ: * ຊ່ວຍໃນການຮັບປະກັນຜົນປະໂຫຍດຂອງ FEMA ແລະລັດຖະບານອື່ນໆ ທີ່ມີໃຫ້ແກ່ຜູ້ປະສົບໄພພິບັດ; * ການຊ່ວຍເຫຼືອໃນການຮຽກຮ້ອງປະກັນຊີວິດ, ການແພດແລະຊັບສິນ; * ຊ່ວຍເຫຼືອໃນສັນຍາສ້ອມແປງເຮືອນແລະຜູ້ຮັບເໝົາ; * ການປ່ຽນແທນພິໄນກັມແລະເອກະສານທາງກົດໝາຍທີ່ສຳຄັນອື່ນໆທີ່ຖືກທຳລາຍໃນໄຟປ່າ; * ຊ່ວຍໃນເລື່ອງການປົກປ້ອງຜູ້ບໍລິໂພກ, ວິທີແກ້ໄຂແລະຂັ້ນຕອນຕ່າງໆ; * ການໃຫ້ຄຳປຶກສາກ່ຽວກັບບັນຫາກ່ຽວກັບການຈຳນອງເຮືອນ-ການຍຶດຊັບສິນເຮືອນ; * ການໃຫ້ຄຳປຶກສາກ່ຽວກັບບັນຫາຂອງເຈົ້າ​ຂອງ​ທີ່​ດິນ-ຜູ້ເຊົ່າທີ່ດິນ; * ສົ່ງຕໍ່ທະນາຍຄວາມແລະອົງການອື່ນໆເພື່ອຂໍຄວາມຊ່ວຍເຫຼືອດ້ານກົດໝາຍເພີ່ມເຕີມ; ແລະ * COVID-19 ຈາກແຫຼ່ງຕ່າງໆ ການໃຫ້ບໍລິການດ້ານກົດໝາຍກ່ຽວກັບໄພພິບັດທີ່ບໍ່ເສຍຄ່າຫຍັງ ແມ່ນບໍ່ໄດ້ຮັບອະນຸຍາດສຳລັບກໍລະນີທີ່ສິມອບລາງວັນເປັນເງິນ ###