ເຂດ NEVADA ໄດ້ເພີ່ມເຂົ້າໃນການປະກາດໄພພິບັດໄຟໄໝ້ປ່າຂອງລັດຖະບານກາງເດືອນສິງຫາ [https://www.fema.gov/lo/press-release/20201016/nevada-county-added-august-federal-wildfire-disaster-declaration] Release Date: ເດືອນກັນຍາ 30, 2020 SACRAMENTO, Calif. – ເຂດ Nevada ໄດ້ຮັບການອະນຸມັດການຊ່ວຍເຫຼືອຈາກລັດຖະບານກາງສຳລັບມາດຕະການປ້ອງກັນສຸກເສີນ, ການກຳຈັດສິ່ງເສດເຫຼືອແລະການສ້ອມແປງແບບຖາວອນຫລືການກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ຈັງເປັນສ່ວນໜຶ່ງຂອງການປະກາດໄພພິບັດທາງທຳມະຊາດ ທີ່ໄດ້ຮັບການອະນຸມັດແຕ່ວັນທີ 22 ສິງຫາ ລັດຄາລີຟໍເນຍ, ລັດຖະບານທ້ອງຖິ່ນ, ລັດຖະບານຊົນເຜົ່າທີ່ໄດ້ຮັບການຍອມຮັບຈາກລັດຖະບານແລະບາງອົງການບໍ່ຫວັງຜົນກຳໄລໃນເຂດປົກຄອງໃນປະຈຸບັນ ສາມາດຂໍການສະໜັບສະໜູນທຶນຜ່ານໂຄງການຊ່ວຍເຫຼືອສາທາລະນະຂອງ FEMA ເພື່ອຊ່ວຍຈ່າຍຄ່າການກຳຈັດສິ່ງເສດເຫຼືອ, ມາດຕະການປ້ອງກັນສຸກເສີນແລະການສ້ອມແປງຫລືກໍ່ສ້າງໃໝ່ຂອງຖະໜົນ, ຂົວ, ເຄື່ອງຄວບຄຸມນ້ຳ, ອາຄານ, ອຸປະກອນ, ເຄື່ອງໃຊ້, ສວນສາທາລະນະແລະສິ່ງອຳນວຍຄວາມສະດວກໃນການພັກຜ່ອນ ການຊ່ວຍເຫຼືອສາທາລະນະຂອງ FEMA ໄດ້ຖືກຂະຫຍາຍອອກໄປນອກເໜືອຈາກການກຳຈັດສິ່ງເສດເຫຼືອແລະມາດຕະການປ້ອງກັນສຸກເສີນໃນເຂດ NEVADA ເພື່ອໃຫ້ລວມການສ້ອມແປງບ່ອນເຮັດວຽກຖາວອນຫລືປ່ຽນແທນໂຄງລ່າງພື້ນຖານສາທາລະນະ ສ່ວນແບ່ງຄ່າໃຊ້ຈ່າຍຂອງລັດຖະບານກາງສຳລັບຄ່າໃຊ້ຈ່າຍທີ່ຈ່າຍຄືນແມ່ນບໍ່ຕ່ຳ ກວ່າ 75 ເປີເຊັນ _###_