ການຊ່ວຍເຫຼືອດ້ານກົດໝາຍໂດຍບໍ່ເສຍຄ່າຫຍັງທີ່ມີໃຫ້ສຳລັບຜູ້ປະສົບໄພພິບັດ

Release Date Release Number
DR-4558-CA NR 022
Release Date:
October 5, 2020

SACRAMENTO, Calif. – ການຊ່ວຍເຫຼືອໂດຍບໍ່ເສຍຄ່າຫຍັງກັບຄວາມສໍາພັນທາງກົດໝາຍທີ່ພັວພັນກັບໄພພິບັດແມ່ນມີໃຫ້ແກ່ຜູ້ທີ່ລອດຊີວິດຈາກໄຟປ່າໃນເຂດ Butte, Lake, Monterey, Napa, San Mateo, Santa Clara, Santa Cruz, Solano, Sonoma ແລະເມືອງ Yolo

ຜູ້ລອດຊີວິດອາດຈະຊອກຫາການຊ່ວຍເຫຼືອໂດຍບໍ່ເສຍຄ່າຫຍັງທີ່ພັວພັນກັບໄຟປ່າ ໃນເລື່ອງທາງດ້ານກົດໝາຍ ໂດຍການໂທຫາສາຍດ່ວນບໍລິການດ້ານກົດໝາຍດ້ານໄພພິບັດທີ່ (888) 382-3406 ການຊ່ວຍເຫຼືອແມ່ນມີຢູ່ໃນຫລາຍພາສາ ແຜນງານແມ່ນການຮ່ວມມືລະຫວ່າງ FEMA ແລະພະແນກທະນາຍຄວາມອາສາສະຫມັກຂອງສະຫະພັນທະນາຍຄວາມອາເມລິກາ

ປະເພດຂອງການຊ່ວຍເຫຼືອດ້ານກົດໝາຍ ທີ່ບໍ່ເສຍຄ່າຫຍັງທີ່ອາດສິໄດ້ຈາກທະນາຍຄວາມອາສາສະໝັກ ລວມມີ:

  • ຊ່ວຍໃນການຮັບປະກັນຜົນປະໂຫຍດຂອງ FEMA ແລະລັດຖະບານອື່ນໆ ທີ່ມີໃຫ້ແກ່ຜູ້ປະສົບໄພພິບັດ;
  • ການຊ່ວຍເຫຼືອໃນການຮຽກຮ້ອງປະກັນຊີວິດ, ການແພດແລະຊັບສິນ;
  • ຊ່ວຍເຫຼືອໃນສັນຍາສ້ອມແປງເຮືອນແລະຜູ້ຮັບເໝົາ;
  • ການປ່ຽນແທນພິໄນກັມແລະເອກະສານທາງກົດໝາຍທີ່ສຳຄັນອື່ນໆທີ່ຖືກທຳລາຍໃນໄຟປ່າ;
  • ຊ່ວຍໃນເລື່ອງການປົກປ້ອງຜູ້ບໍລິໂພກ, ວິທີແກ້ໄຂແລະຂັ້ນຕອນຕ່າງໆ;
  • ການໃຫ້ຄຳປຶກສາກ່ຽວກັບບັນຫາກ່ຽວກັບການຈຳນອງເຮືອນ-ການຍຶດຊັບສິນເຮືອນ;
  • ການໃຫ້ຄຳປຶກສາກ່ຽວກັບບັນຫາຂອງເຈົ້າ​ຂອງ​ທີ່​ດິນ-ຜູ້ເຊົ່າທີ່ດິນ;
  • ສົ່ງຕໍ່ທະນາຍຄວາມແລະອົງການອື່ນໆເພື່ອຂໍຄວາມຊ່ວຍເຫຼືອດ້ານກົດໝາຍເພີ່ມເຕີມ; ແລະ
  • COVID-19 ຈາກແຫຼ່ງຕ່າງໆ

ການໃຫ້ບໍລິການດ້ານກົດໝາຍກ່ຽວກັບໄພພິບັດທີ່ບໍ່ເສຍຄ່າຫຍັງ ແມ່ນບໍ່ໄດ້ຮັບອະນຸຍາດສຳລັບກໍລະນີທີ່ສິມອບລາງວັນເປັນເງິນ

###

Related Links:
Tags:
Last updated