SACRAMENTO, Calif. – ເຂດ Nevada ໄດ້ຮັບການອະນຸມັດການຊ່ວຍເຫຼືອຈາກລັດຖະບານກາງສຳລັບມາດຕະການປ້ອງກັນສຸກເສີນ, ການກຳຈັດສິ່ງເສດເຫຼືອແລະການສ້ອມແປງແບບຖາວອນຫລືການກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ຈັງເປັນສ່ວນໜຶ່ງຂອງການປະກາດໄພພິບັດທາງທຳມະຊາດ ທີ່ໄດ້ຮັບການອະນຸມັດແຕ່ວັນທີ 22 ສິງຫາ
ລັດຄາລີຟໍເນຍ, ລັດຖະບານທ້ອງຖິ່ນ, ລັດຖະບານຊົນເຜົ່າທີ່ໄດ້ຮັບການຍອມຮັບຈາກລັດຖະບານແລະບາງອົງການບໍ່ຫວັງຜົນກຳໄລໃນເຂດປົກຄອງໃນປະຈຸບັນ ສາມາດຂໍການສະໜັບສະໜູນທຶນຜ່ານໂຄງການຊ່ວຍເຫຼືອສາທາລະນະຂອງ FEMA ເພື່ອຊ່ວຍຈ່າຍຄ່າການກຳຈັດສິ່ງເສດເຫຼືອ, ມາດຕະການປ້ອງກັນສຸກເສີນແລະການສ້ອມແປງຫລືກໍ່ສ້າງໃໝ່ຂອງຖະໜົນ, ຂົວ, ເຄື່ອງຄວບຄຸມນ້ຳ, ອາຄານ, ອຸປະກອນ, ເຄື່ອງໃຊ້, ສວນສາທາລະນະແລະສິ່ງອຳນວຍຄວາມສະດວກໃນການພັກຜ່ອນ
ການຊ່ວຍເຫຼືອສາທາລະນະຂອງ FEMA ໄດ້ຖືກຂະຫຍາຍອອກໄປນອກເໜືອຈາກການກຳຈັດສິ່ງເສດເຫຼືອແລະມາດຕະການປ້ອງກັນສຸກເສີນໃນເຂດ Nevada ເພື່ອໃຫ້ລວມການສ້ອມແປງບ່ອນເຮັດວຽກຖາວອນຫລືປ່ຽນແທນໂຄງລ່າງພື້ນຖານສາທາລະນະ
ສ່ວນແບ່ງຄ່າໃຊ້ຈ່າຍຂອງລັດຖະບານກາງສຳລັບຄ່າໃຊ້ຈ່າຍທີ່ຈ່າຍຄືນແມ່ນບໍ່ຕ່ຳ ກວ່າ 75 ເປີເຊັນ
###