FEMA ຮຽກຮ້ອງໃຫ້ທ່ານໃຊ້ເງິນຊ່ວຍເຫຼືອດ້ານໄພພິບັດຢ່າງລະມັດລະວັງ

Release Date Release Number
NR 011
Release Date:
October 2, 2020

MONTGOMERY, Ala - ເງິນຊ່ວຍເຫຼືອຈາກລັດຖະບານກາງຫຼາຍກວ່າ 17 ລ້ານໂດລາສະຫະລັດ ໄດ້ຮັບການອະນຸມັດຈາກອົງການຄຸ້ມຄອງສຸກເສີນຂອງລັດຖະບານກາງ (FEMA) ເພື່ອຊ່ວຍເຫຼືອຊາວເມືອງ ອາລາບາມາ (Alabama) ຟື້ນຟູຈາກຜົນກະທົບຂອງພະຍຸເຮີຣິເຄນ ແຊລລີ. ການຊ່ວຍເຫຼືອແມ່ນບໍ່ມີຄ່າພາສີ ແລະ ເປັນເງິນຊ່ວຍເຫຼືອລ້າທີ່ບໍ່ຈຳເປັນຕ້ອງຈ່າຍຄືນ. ເຖິງຢ່າງໃດກໍ່ຕາມ, FEMA ຮຽກຮ້ອງໃຫ້ທ່ານໃຊ້ເງິນໃຫ້ທັນການ, ໃຊ້ຈ່າຍຢ່າງລະມັດລະວັງ ແລະ ໃຊ້ຈ່າຍນຳສິ່ງທີ່ກ່ຽວຂ້ອງກັບໄພພິບັດເທົ່ານັ້ນ.

FEMA ຈະສົ່ງຈົດໝາຍລາຍການໃຊ້ຈ່າຍທີ່ໄດ້ຮັບການອະນຸມັດ ເມື່ອທ່ານໄດ້ຮັບທຶນຊ່ວຍເຫຼືອ, ລວມທັງ:

  • ການສ້ອມແປງເຮືອນ (ຕົວຢ່າງ: ໂຄງສ້າງ, ລະບົບນໍ້າໃຊ້, ນໍ້າເສຍ ແລະ ນໍ້າເປື້ອນ)
  • ການຊ່ວຍເຫຼືອດ້ານການເຊົ່າສະຖານທີ່ອື່ນໆເພື່ອພັກອາໄສຊົ່ວຄາວ
  • ສ້ອມແປງ ຫຼື ທົດແທນພາຫະນະຫຼັກທີ່ຖືກເປ່ເພ
  • ຄ່າໃຊ້ຈ່າຍດ້ານການປິ່ນປົວທີ່ບໍ່ມີປະກັນໄພ ສຳລັບອາການບາດເຈັບທີ່ເກີດຂຶ້ນຈາກໄພພິບັດ
  • ສ້ອມແປງ ຫຼື ປ່ຽນແທນເຄື່ອງມືສະເພາະດ້ານອາຊີບ
  • ອຸປະກອນການສຶກສາທີ່ຈຳເປັນ (ເຊັ່ນ: ຄອມພິວເຕີ, ປື້ມຮຽນ, ເຄື່ອງໃຊ້ສອຍຕ່າງໆ)
  • ຄ່າໃຊ້ຈ່າຍໃນການຍ້າຍ ແລະ ເກັບມ້ຽນທີ່ກ່ຽວຂ້ອງກັບໄພພິບັດ
  • ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງກັບໄພພິບັດ

ທ່ານອາດຈະໃຊ້ເງິນຊ່ວຍເຫຼືອ FEMA ຂອງທ່ານໃນທາງໃດກໍ່ໄດ້ທີ່ຊ່ວຍໃຫ້ທ່ານໄດ້ທີ່ພັກອາໄສແບບຖາວອນ, ປອດໄພ, ຖືກສຸຂະອະນາໄມ ແລະ ໃຊ້ງານໄດ້. ຈື່ໄວ້ວ່າ ຕ້ອງເກັບໃບຮັບເງິນຂອງທ່ານໄວ້ເພື່ອເປັນການຢັ້ງຢືນວິທີການໃຊ້ເງິນເງິນກອງທຶນໄພພິບັດຂອງທ່ານ.

  • ເງິນຊ່ວຍເຫຼືອດ້ານການເຊົ່າໃຫ້ທີ່ຢູ່ອາໄສຊົ່ວຄາວ ເມື່ອໄພພິບັດເຮັດໃຫ້ເຮືອນຂອງທ່ານບໍ່ສາມາດພັກພາອາໃສ ຫຼື ເຂົ້າເຖິງໄດ້.
  • ໃນຖານະທີ່ເປັນເຈົ້າຂອງເຮືອນ ຫຼື ຜູ້ເຊົ່າ, ທ່ານສາມາດເລືອກທີ່ຈະເຊົ່າຫ້ອງແຖວ, ເຮືອນ, ເຮືອນເຄື່ອນທີ່ ຫຼື ໜ່ວຍງານໃຫ້ເຊົ່າທີ່ພັກພາອາໃສຊົ່ວຄາວອື່ນໆ.
  • ຖ້າທ່ານຕັ້ງໃຈຊອກຫາການຊ່ວຍເຫຼືອດ້ານການເຊົ່າແບບຕໍ່ເນື່ອງ, ທ່ານຕ້ອງເກັບໃບຮັບເງິນໄວ້ ເພື່ອສະແດງໃຫ້ເຫັນວ່າທ່ານໄດ້ໃຊ້ເງິນຊ່ວຍເຫຼືອສຳລັບຄ່າເຊົ່າ.

(ເພີ່ມເຕີມ)

ການຊ່ວຍເຫຼືອດ້ານໄພພິບັດບໍ່ແມ່ນສຳລັບຄ່າໃຊ້ຈ່າຍໃນການດຳລົງຊີວິດແບບປົກກະຕິທົ່ວໄປ ເຊັ່ນ ຄ່າອຸປະໂພກບໍລິໂພກ, ຄ່າອາຫານ, ຄ່າທາງການແພດ ຫຼື ຄ່າປິ່ນປົວແຂ້ວທີ່ບໍ່ກ່ຽວຂ້ອງກັບໄພພິບັດ, ຄ່າການເດີນທາງທ່ອງທ່ຽວ, ຄ່າການບັນເທີງ ຫຼື ຄ່າໃຊ້ຈ່າຍທີ່ບໍ່ກ່ຽວຂ້ອງກັບໄພພິບັດ.

ສິ່ງສຳຄັນທີ່ຕ້ອງຈື່ໄວ້ ກົດໝາຍລັດຖະບານກາງຫ້າມຮັບການຊ່ວຍເຫຼືອຈາກແຫຼ່ງອື່ນໆທີ່ເປັນການຊໍ້າຊ້ອນກັບການຊ່ວຍເຫຼືອຈາກລັດຖະບານກາງ. FEMA ຍັງຮຽກຮ້ອງໃຫ້ທ່ານຮັກສາໃບເກັບເງິນຂອງທ່ານໄວ້ເປັນເວລາສາມປີເພື່ອສະແດງວິທີການທີ່ທ່ານໃຊ້ເງິນ.

ເມື່ອທ່ານໄດ້ຮັບຈົດໝາຍຈາກ FEMA, ໃຫ້ອ່ານຢ່າງລະອຽດ. ຖ້າທ່ານມີຄຳຖາມໃດໆ, ໃຫ້ໂທຫາສາຍຊ່ວຍເຫຼືອຂອງ FEMA, 800-621-3362. ຜູ້ໃຊ້ TTY ສາມາດໂທ 800-462-7585 ແຕ່ 6 ໂມງເຊົ້າ ເຖິງທ່ຽງຄືນ, ເວລາພາກກາງ, ເຈັດມື້ຕໍ່ອາທິດ.

ສຳລັບຂໍ້ມູນລ້າສຸດກ່ຽວກັບພະຍຸເຮີລິເຄນ ແຊລລີ, ເຂົ້າເບິ່ງໄດ້ທີ່ https://www.fema.gov/disaster/4563

Tags:
Last updated