I Applied for Assistance. What's Next? (ສະໝັກຂໍຄວາມຊ່ວຍເຫຼືອ. ຕໍ່ໄປແມ່ນຫຍັງ?)

ທົບທວນຄືນໃບຄໍາຮ້ອງສະໝັກຂອງທ່ານ

ການຢັ້ງຢືນຕົວຕົນ

ຫຼັກຖານການເຂົ້າພັກ

ການກວດກາເຮືອນ

ສົ່ງເອກະສານ

ຖ້າທ່ານມີປະກັນໄພ, ທ່ານຄວນຍື່ນຄໍາຮ້ອງຟ້ອງກັບບໍລິສັດປະກັນໄພຂອງທ່ານເມື່ອທ່ານຍື່ນຂໍຄວາມຊ່ວຍເຫຼືອຈາກ FEMA. FEMA ບໍ່ສາມາດຊ່ວຍເຫຼືອກັບການຫາຍເສຍທີ່ເກີດຂື້ນຈາກປະກັນໄພໄດ້. ຖ້າປະກັນໄພຂອງທ່ານບໍ່ກວມເອົາການສູນເສຍທັງໝົດຂອງທ່ານ ຫຼື ເກິດຄວາມຊັກຊ້າ, ທ່ານອາດມີສິດໄດ້ຮັບການຊ່ວຍເຫຼືອຈາກ FEMA ກ່ຽວກັບຄວາມຕ້ອງການທີ່ບໍ່ໄດ້ຮັບການຕອບສະໜອງຂອງທ່ານໄດ້.

ຖ້າທີ່ຢູ່ອາໄສຫຼັກຂອງທ່ານເສຍຫາຍຈາກໄພພິບັດ ແລະ ບໍ່ມີບ່ອນຢູ່, ຖືກສຸຂາພິບານ ແລະ ມີຄວາມປອດໄພໄດ້, ທ່ານອາດຈະຖືກກໍານົດໃຫ້ມີການກວດກາເຮືອນເພື່ອກວດສອບຄວາມເສຍຫາຍ. ທ່ານຈະໄດ້ຮັບຈົດໝາຍ ຫຼື ຈົດໝາຍອີເລັກໂທຣນິກ ຂື້ນຢູ່ກັບຄວາມຕ້ອງການຂອງທ່ານທີ່ລະບຸໄວ້ໃນເວລາສະໝັກ. ຈົດໝາຍຈະອະທິບາຍວ່າທ່ານມີສິດໄດ້ຮັບການຊ່ວຍເຫຼືອບໍ, ການຊ່ວຍເຫຼືອທີ່ເຈົ້າຈະໄດ້ຮັບຫຼາຍປານໃດ, ການຊ່ວຍເຫຼືອຈະຕ້ອງໃຊ້ແນວໃດ ແລະ ວິທີການອຸທອນການຕັດສິນໃຈຂອງ FEMA ຖ້າທ່ານບໍ່ເຫັນດີກັບຄຳຕັດສິນ.

ການຊ່ວຍເຫຼືອຂອງທ່ານຈະຖືກກໍານົດໂດຍການປຽບທຽບການສູນເສຍທີ່ຈຳເປັນ ແລະ ຄວາມຕ້ອງການຮ້າຍແຮງທີ່ບັນທຶກໄວ້ກັບປະເພດຂອງການຊ່ວຍເຫຼືອທີ່ມີຢູ່ໃນໂຄງການ ແລະ ການບໍລິການຂອງ FEMA. ການຊ່ວຍເຫຼືອຂອງ FEMA ບໍ່ຄືກັນກັບການປະກັນໄພ ຫຼື ບໍ່ສາມາດເຮັດໃຫ້ຜູ້ລອດຊີຫາຍເປັນປົກກະຕິໄດ້. ການຊ່ວຍເຫຼືອຈາກລັດຖະບານກາງຂອງ FEMA ພຽງແຕ່ສະໜອງທຶນສໍາລັບການສ້ອມແປງພື້ນຖານເພື່ອເຮັດໃຫ້ເຮືອນປອດໄພ, ສຸຂາພິບານ ແລະ ໜ້າຢູ່ເທົ່ານັ້ນ. ທ່ານອາດຈະຖືກສົ່ງໄປຫາ ບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດ (SBA) ສໍາລັບເງິນກູ້ຈາກໄພພິບັດດອກເບ້ຍຕໍ່າ ເພື່ອຊ່ວຍເຫຼືອທ່ານໃນການຟື້ນຟູຕໍ່ໄປ.

ກວດເບິ່ງຄໍາຮ້ອງສະໝັກຂອງທ່ານໃນ DisasterAssistance.gov

ທ່ານສາມາດສ້າງບັນຊີສູນຊ່ວຍເຫຼືອໄພພິບັດ FEMA (DAC) ອອນລາຍໄດ້ທີ່ DisasterAssistance.gov. ທ່ານຈະໄດ້ຮັບຄຳແນະນຳໃຫ້ສ້າງໝາຍເລກປະຈຳຕົວສ່ວນບຸກຄົນ (PIN) ສະເພາະເພື່ອເຂົ້າເຖິງຂໍ້ມູນການຮ້ອງຂໍຄວາມຊ່ວຍເຫຼືອໄພພິບັດຂອງທ່ານຢ່າງປອດໄພ.

ພາຍໃນບັນຊີອອນໄລນ໌ຂອງທ່ານ, ທ່ານສາມາດ:

  • ກວດເບິ່ງຂໍ້ມູນຄໍາຮ້ອງສະໝັກການຊ່ວຍເຫຼືອໄພພິບັດຂອງທ່ານ
  • ໃຫ້ການອັບເດດກ່ຽວກັບຂໍ້ມູນສ່ວນຕົວ ແລະ ຄວາມຕ້ອງການຂອງທ່ານ
  • ເບິ່ງຈົດໝາຍ ແລະ ຂໍ້ຄວາມທີ່ສົ່ງ FEMA ໃຫ້ທ່ານ
  • ແລະ ລາຍລະອຽດກ່ຽວກັບເອກະສານເພີ່ມເຕີມທີ່ FEMA ຈຳເປັນຕ້ອງໃຊ້ການປະມວນຜົນການຊ່ວຍເຫຼືອຂອງທ່ານ
  • ອັບໂຫຼດເອກະສານໄຟລ໌ຂອງທ່ານ
  • ທົບທວນຂໍ້ມູນທີ່ FEMA ໄດ້ຮັບຈາກທ່ານ

ການຢັ້ງຢືນຕົວຕົນ

ຖ້າ FEMA ບໍ່ສາມາດຢັ້ງຢືນຕົວຕົນຂອງທ່ານໄດ້ໃນລະຫວ່າງຂັ້ນຕອນການສະໝັກ, ທ່ານຈະຕ້ອງສົ່ງເອກະສານປະກອບ.

ເອກະສານປະກອບການຢັ້ງຢືນຕົວຕົນ

ເອກະສານຢັ້ງຢືນຕົວຕົນຂອງທ່ານ*

  • ເອກະສານຈາກອົງການປະກັນສັງຄົມ ຫຼື ອົງການຂອງລັດຖະບານກາງອື່ນໆ, ປະກອບມີຕົວເລກເຕັມ ຫຼື ສີ່ຕົວເລກສຸດທ້າຍຂອງໝາຍເລກປະກັນສັງຄົມ (SSN) ຂອງທ່ານ
  • ບັດປະກັນສັງຄົມ ຖ້າສົ່ງດ້ວຍບັດປະຈຳຕົວຂອງລັດຖະບານກາງ ຫຼື ລັດທີ່ອອກໃຫ້
  • ເອກະສານເງິນເດືອນຂອງນາຍຈ້າງທີ່ມີ SSN ຂອງທ່ານທີ່ມີຕົວເລກເຕັມ ຫຼື ສີ່ຕົວເລກສຸດທ້າຍ
  • ບັດປະຈຳຕົວທະຫານ
  • ໃບອະນຸຍາດການແຕ່ງງານເພື່ອຢືນຢັນຫຼັກຖານນາມສະກຸນເດີມ
  • ໜັງສືຜ່ານແດນສະຫະລັດ

*ໃນກໍລະນີໄປ FEMA ອາດຈະອະນຸຍາດໃຫ້ຜູ້ສະໝັກທີ່ອາໄສຢູ່ໃນອານາເຂດຂອງສະຫະລັດ ສົ່ງເອກະສານຢັ້ງຢືນຕົວຕົນສະເພາະ, ເຊັ່ນ: ບັດລົງທະບຽນຜູ້ລົງຄະແນນ, ແລະ ອື່ນໆ.

ຖ້າທ່ານສະໝັກຂໍຄວາມຊ່ວຍເຫຼືອໃນນາມຂອງພົນລະເມືອງຜູ້ເຍົາ (ເດັກນ້ອຍ) ຂອງສະຫະລັດກັບຄົວເຮືອນຂອງທ່ານ, ທ່ານຕ້ອງສົ່ງ FEMA ດັ່ງຕໍ່ໄປນີ້:

ເອກະສານໃດໆທີ່ລະບຸໄວ້ທາງຊ້າຍ, ຖ້າຢູ່ໃນຊື່ຂອງເດັກ ຫຼື

ໃບຢັ້ງຢືນການເກີດຂອງເດັກ ແລະ ສຳເນົາບັດປະກັນສັງຄົມຂອງເດັກ ຫຼື ເອກະສານຈາກອົງການປະກັນສັງຄົມ ຫຼື ໜ່ວຍງານຂອງລັດຖະບານກາງອື່ນໆ, ທີ່ມີຕົວເລກເຕັມ ຫຼື ສີ່ຕົວເລກສຸດທ້າຍຂອງ SSN ຂອງເດັກ.

ການຢັ້ງຢືນຄວາມເປັນເຈົ້າຂອງ/ການຄອບຄອງເຮືອນ

ກົດໝາຍກຳນົດໃຫ້ FEMA ຕ້ອງຢັ້ງຢືນການຄອບຄອງເຮືອນຂອງຜູ້ສະໝັກ ແລະເພື່ອຢັ້ງຢືນການເປັນເຈົ້າຂອງເຮືອນ ຖ້າທ່ານສະໝັກຂໍການຊ່ວຍເຫຼືອດ້ານທີ່ຢູ່ອາໄສບາງປະເພດ.

ເບິ່ງເອກະສານທີ່ໄດ້ຮັບການອະນຸມັດ

ການກວດກາເຮືອນ

ຫຼັງຈາກທີ່ທ່ານສະໝັກກັບ FEMA, ການຮ້ອງຂໍການຊ່ວຍເຫຼືອຂອງທ່ານຈະຖືກທົບທວນຄືນເພື່ອກໍານົດວ່າຕ້ອງການການກວດສອບເພື່ອກວດສອບຄວາມເສຍຫາຍທີ່ກ່ຽວຂ້ອງກັບໄພພິບັດຕໍ່ກັບເຮືອນ ແລະ ຊັບສິນສ່ວນຕົວຂອງທ່ານ.

ດຽວນີ້ການກວດກາເຮືອນຂອງ FEMA ກຳລັງດຳເນີນການດ້ວຍຕົວເອງ. ສຸຂະພາບ ແລະ ຄວາມປອດໄພຂອງຜູ້ລອດຊີວິດຈາກໄພພິບັດຍັງຄົງເປັນບູລິມະສິດຂອງ FEMA ດັ່ງນັ້ນອົງການຈະຮັກສາຄວາມສາມາດໃນການກວດກາຜ່ານການກວດສອບພາຍນອກໂດຍບໍ່ຕ້ອງເຂົ້າໄປໃນເຮືອນເມື່ອຜູ້ລອດຊີວິດມີຄວາມວິຕົກກັງວົນຍ້ອນຄວາມບໍ່ແນ່ນອນຂອງ COVID-19.

ສຶກສາເພີ່ມເຕີມກ່ຽວກັບການກວດກາເຮືອນ

ການຍື່ນເອກະສານ

ທ່ານສາມາດເບິ່ງໄດ້ທີ່ DisasterAssistance.gov ເພື່ອສົ່ງເອກະສານ ແລະ ກວດສອບສະຖານະຄໍາຮ້ອງສະໜັກຂອງທ່ານທາງອອນໄລນ໌.

ເພື່ອຮັບຮູ້ວ່າລະບົບອອນໄລນ໌ຢ່າງດຽວອາດຈະບໍ່ຕອບສະໜອງຄວາມຕ້ອງການຂອງຜູ້ລອດຊີວິດ, FEMA ຈຶ່ງໄດ້ຈັດຕັ້ງ ສູນຮັບສົ່ງເອກະສານຊຶ່ງຜູ້ລອດຊີວິດ ສາມາດຍື່ນຄໍາຮ້ອງຂໍການຊ່ວຍເຫຼືອ, ຖາມຄໍາຖາມ, ໃຫ້ສະແກນເອກະສານຂອງເຂົາເຈົ້າເຂົ້າໄປໃນເອກະສານຄະດີຂອງພວກເຂົາ ແລະ ສົ່ງກັບໄປທີ່ສະຖານທີ່ເກີດເຫດ.

ຊອກຫາສູນຟື້ນຟູໄພພິບັດ ແລະ ສົ່ງຄືນເອກະສານ

External Link Arrow
ອັບເດດຫຼ້າສຸດ